p-ເປັນສຽງດຽວ

ເພງສັ້ນ
ເປັນສຽງດຽວ

ໃຫ້ພວກເຮົາໄດ້ມາຮ່ວມໃຈ
ຮ່ວມຮັບໃຊ້ເປັນ
ຄຣິສຈັກດຽວກັນ

ໃຫ້ພວກເຮົາມີນິມິດດຽວ
ໄປປະກາດແລະນຳວິນຍານ
ເປັ່ງສຽງແຫ່ງຄວາມມີໄຊ
ເປັ່ງສຽງແຫ່ງຄວາມເປັນໄຊ

R.ເຮົາມາຮ້ອງເປັນສຽງດຽວກັນ
ເຮົາມາຮ້ອງດ້ວຍໃຈຜູກພັນ
ເຮົາທູນຂໍຕໍ່ອົງພຣະເຢຊູ

ຂໍເທການຟື້ນຟູ
ສູ່ທຸກຄົນໃນປະເທດເຮົາ

ເຮົາມາຮ້ອງເປັນສຽງດຽວກັນ
ເຮົາມາຮ້ອງດ້ວຍໃຈຜູກພັນ
ເຮົາທູນຂໍພຣະອົງມາຄອບຄອງ
ຢູ່ເຫນືອບັນດາປະຊາຊາດ.

**ເຮົາຂໍພຣະວິນຍານ
ເທໄຟການຟື້ນຟູ
ຖ້ວມແຜ່ນດິນ
ນຳຄົນລາວພົບພຣະເຢຊູ.