ໂຮຊານາ Hosanna in the highest

ເພງສັ້ນ
ໂຮຊານາ
Hosanna in the highest

1. ຂ້າເຫັນຣາຊາ ແຫ່ງພຣະສີຣິ
I see the King of glory

ມາດ້ວຍເມກ
ແລະ ໄຟເທິງຟ້າ
Coming on the clouds
with fire

ທົ່ວທັງໂລກາ
ສະທ້ານສະເທືອນ
The whole earth shakes
The whole earth shakes

ຂ້າເຫັນຄວາມຮັກ ແລະ ພຣະຄຸນ
ພຣະເຢຊູຊຳລະບາບຂ້າ
I see His love and mercy
Washing over all our sin

ແລະທຸກໆຄົນ
ຍົກສຽງສັນເສີນ
The people sing
The people sing

R. ໂຮຊານາ ໂຮຊານາ
ໂຮຊານາ ແດ່ໃນທີ່ສູງສຸດ
Hosanna Hosanna
Hosanna in the highest

ໂຮຊານາ ໂຮຊານາ
ໂຮຊານາ ແດ່ພຣະເຈົ້າສູງສຸດ
Hosanna Hosanna
Hosanna in the highest

2. ຂ້າເຫັນປວງຊົນ ໃນຍຸກນີ້
ລຸກຂຶ້ນເພື່ອເຮັດຕາມພຣະໄທ
I see a generation
Rising up to take their place

ປ່ຽມດ້ວຍຄວາມເຊື່ອ
ສຸດສິ້ນຫົວໃຈ
With selfless faith
With selfless faith

ຂ້າເຫັນແປວໄຟການຟື້ນຟູ
ຕາມທີ່ເຮົາໄດ້ຮ້ອງທູນຂໍ
I see a near revival
Stirring as we pray and seek

ເຮົາຈຶ່ງຂາບລົງ
ຍົກສຽງສັນເສີນ
We're on our knees
We're on our knees

R. ໂຮຊານາ ໂຮຊານາ
ໂຮຊານາ ແດ່ໃນທີ່ສູງສຸດ
Hosanna Hosanna
Hosanna in the highest

ໂຮຊານາ ໂຮຊານາ
ໂຮຊານາ ແດ່ພຣະເຈົ້າສູງສຸດ
Hosanna Hosanna
Hosanna in the highest

B. ຮັກສາໃຈຂອງຂ້າ
ໃຫ້ສະອາດ
Heal my heart and
make it clean

ໄຂດວງຕາຂອງຂ້າ
ສູ່ສິ່ງທີ່ຍັງຊ້ອນຢູ່
Open up my eyes to
the things unseen

ສຳແດງໃຫ້ຂ້າມີຄວາມຮັກ
ເໝືອນພຣະອົງ
Show me how to love
like You have loved me

ຊຳລະໃຈຂ້າເໝືອນພຣະອົງ
Break my heart for
what breaks Yours

ທຸກສິ່ງທີ່ຂ້າມີ
ເພື່ອອານາຈັກພຣະອົງ
Everything I am for
Your kingdom's cause

ເໝືອນຂ້າຍ່າງຈາກແຜ່ນດິນໂລກ
ສູ່ນິດນິຣັນ
As I walk from earth
into eternity

R. ໂຮຊານາ ໂຮຊານາ
ໂຮຊານາ ແດ່ໃນທີ່ສູງສຸດ
Hosanna Hosanna
Hosanna in the highest

ໂຮຊານາ ໂຮຊານາ
ໂຮຊານາ ແດ່ພຣະເຈົ້າສູງສຸດ
Hosanna Hosanna
Hosanna in the highest

ໂຮຊານາ ແດ່ພຣະເຈົ້າສູງສຸດ
ໂຮຊານາ ແດ່ພຣະເຈົ້າສູງສຸດ.
Hosanna in the highest
Hosanna in the highest