kh-ຂໍໃຫ້ຂ້າມີຄວາມກ້າຫານ

ເພງສັ້ນ
ຂໍໃຫ້ຂ້າມີຄວາມກ້າຫານ

ຍັງມີຄົນອີກຫລາຍລ້ານຄົນ
ທີ່ຍັງຈົມກັບຄວາມມືດມົນ
ຊອກຫາຄວາມພົ້ນທີ່ແທ້ຈິງ

ພະຍາຍາມຄົ້ນຫາພຣະເຈົ້າ
ພະຍາຍາມເຮັດສິ່ງທີ່ດີ
ເພື່ອຫາຫົນທາງໄປສູ່ສະຫວັນ

ແຕ່ສິ່ງເຫຼົ່ານັ້ນເປັນ
ຄວາມສຸກຊົ່ວຄາວ
ບໍ່ອາດຊ່ວຍໃຫ້ພົ້ນໄດ້

ມີພຽງທາງ
ທາງຂອງພຣະເຢຊູເທົ່ານັ້ນ
ເປັນເສັ້ນທາງແຫ່ງຄວາມຫວັງ
ແລະຄວາມຈິງ

R ໂຜດໃຫ້ຂ້ານີ້ ມີຄວາມກ້າຫານ
ທີ່ຈະຮ້ອງອອກ
ພຣະນາມຂອງພຣະອົງ
ເພື່ອໃຫ້ຄົນຢູ່ໃນໂລກນີ້

ໄດ້ຮັບຄວາມພົ້ນຜ່ານທາງ
ຊີວິດຂອງຂ້າພຣະອົງ
ຂໍໃຫ້ຂ້າມີຄວາມກ້າຫານ .