b-ບາກບັ່ນມຸ່ງໜ້າສູ່ຫຼັກໄຊ

ເພງສັ້ນ
ບາກບັ່ນມຸ່ງໜ້າສູ່ຫຼັກໄຊ

ຄຣິສຕຽນພວກ
ເຮົາທຸກຄົນ
ຈົ່ງໝັ່ນພຽນດ້ວຍ
ການຝຶກຝົນ

ເພື່ອຊີວິດຂອງ
ເຮົາທຸກຄົນ
ໃຫ້ເກີດຜົນຕາມ
ພຣະສັນຍາ

ມາພວກເຮົາໃຫ້
ມາຮ່ວມກັນ
ຈົ່ງສ້າງສັນໃຫ້
ເປັນໜຶ່ງດຽວ

ຜູກກັນໄວ້ໃຫ້
ເປັນສາມກຽວ
ຈົ່ງເດັດດ່ຽວ
ມຸ່ງສູ່ຫຼັກໄຊ

R.ເບິ່ງເບິ່ງພຣະເຢຊູ
ຜູ້ຊ່ວຍຊູ
ໃຫ້ເຮົາກ້າວໄປ

ເດີນຕາມນ້ຳພຣະໄທ
ເພື່ອຮັບໃຊ້ອົງ
ພຣະຄຣິດເຈົ້າ

ໃຫ້ພວກເຮົາ
ຮ່ວມແຮງຮ່ວມໃຈ
ໄປເຖິງຈຸດໝາຍ