p-ເປັນຫຍັງພຣະເຈົ້າເລືອກຂ້າ
ເພງສັ້ນ
ເປັນຫຍັງພຣະເຈົ້າເລືອກຂ້າ
1.ເປັນຫຍັງພຣະເຈົ້າເລືອກຂ້າ
ຈາກຄົນນັບໝື່ນໃຫ້
ເປັນບຸດພຣະອົງ
ຊົງຮູ້ຄວາມຜິດ
ທັງໝົດຂອງຂ້າ
ໂອ້ ພຣະອົງອະໄພໃຫ້ຂ້າ
ບໍ່ເບິ່ງບາບຜ່ານມາຂອງຂ້າ
ຊົງປະທານພຣະເຢຊູ
ເພື່ອຊ່ວຍຂ້າ
R. ໂອ້ ພຣະເຈົ້າຊ່ອຍຂ້າ
ຕາມນ້ຳພຣະໄທພຣະອົງ
ຂ້າເຊື່ອຟັງເຮັດຕາມ
ພຣະຄຳພຣະອົງ
ຂ້າຂໍຖວາຍຊີວິດ
ຢູ່ເພື່ອພຣະອົງ
ຍອມເດີນຮ່ວມກັບ
ພຣະເຈົ້າສືບໄປ.
2.ຄວາມຮັກແລະ
ຄວາມອັດສະຈັນ
ຍິ່ງໃຫຍ່ຂອງພຣະເຈົ້າ
ມາເຖິງຂ້າ
ຂ້າຮ້ອງສັນເສີນ
ພຣະນາມພຣະເຈົ້າ
ພຣະຄຸນພຣະເຈົ້າອັດສະຈັນ
ພຣະເມດຕາພຣະເຈົ້າຍິ່ງໃຫຍ່
ຂ້າຄິດຢ່າງໃດກໍບໍ່ເຂົ້າໃຈ
R. ໂອ້ ພຣະເຈົ້າຊ່ອຍຂ້າ
ຕາມນ້ຳພຣະໄທພຣະອົງ
ຂ້າເຊື່ອຟັງເຮັດຕາມ
ພຣະຄຳພຣະອົງ
ຂ້າຂໍຖວາຍຊີວິດ
ຢູ່ເພື່ອພຣະອົງ
ຍອມເດີນຮ່ວມກັບ
ພຣະເຈົ້າສືບໄປ.