ph-ແຜ່ນດິນຂອງພຣະເຈົ້າ

ເພງສັ້ນ
ແຜ່ນດິນຂອງພຣະເຈົ້າ

1.ຈະຕ້ອງສຳເລັດ
ກຳລັງສຳເລັດ
ໃນທີ່ສຸດຕ້ອງສຳເລັດ

ເພາະເປັນຄຳສັ່ງ
ຂອງພຣະເຈົ້າ
ອົງຈອມລາຊາຍິ່ງໃຫຍ່

ອົງພຣະເຢຊູ
ຄືອາລາຟາແລະ
ໂອເມຄາ
ເຮົາຂໍສັນເສີນພຣະອົງ

ຮາເລລູຢາ
ຮາເລລູຢາ
ແຜ່ນດິນຂອງ
ພຣະຄຣິດເຈົ້າ

2.ຈະສະເດັດມາ
ກຳລັງຈະມາ
ໃນທີ່ສຸດກໍຕ້ອງມາ

ພຣະເມຊີອາ
ເອມານູເອນ
ພຣະຄຣິດພຣະ
ຜູ້ເປັນເຈົ້າ

ຜູ້ທີ່ຍອມຮັບ
ພຣະໂລຫິດ
ຂອງຣະເຢຊູ
ກໍເດີນທາງສູ່ຊີວິດ

ຮາເລລູຢາ
ຮາເລລູຢາ
ແຜ່ນດິນທີ່ບໍລິສຸດ

3.ຈົ່ງມີຄວາມເຊື່ອ
ກຳລັງຈະເຊື່ອ
ໃນທີສຸດກໍຕ້ອງເຊື່ອ

ອົງພຣະເຢຊູ
ຜູ້ຮັກຫຼວງຫຼາຍ
ຍອມຕາຍເທິງ
ໄມ້ກາງແຂນ

ຜູ້ທີ່ອົດທົນ
ດ້ວຍຄວາມຫວັງໃຈ
ເຂົ້າໃນສະຫວັນ
ຮັບມົງກຸດແຫ່ງຊີວິດ

ຮາເລລູຢາ
ຮາເລລູຢາ
ແຜ່ນດິນແຫ່ງ
ນິລັນດອນ

4.ຈະຕ້ອງຊະນະ
ກຳລັງຊະນະ
ໃນທີ່ສຸດກໍຕ້ອງຊະນະ

ບັນດາຂ້າໃຊ້
ແຫ່ງໄມ້ກາງແຂນ
ໃຊ້ຫຼັກຄວາມຈິງຕໍ່ສູ້

ອົງພຣະວິນຍານ
ຈະຊົງນຳເຮົາເມື່ອ
ທຸກລຳບາກ
ແລະໃນຄວາມທໍຣະມານ

ຮາເລລູຢາ
ຮາເລລູຢາ
ແຜ່ນດິນແຫ່ງ
ສັນຕິສຸກ