ພຣະເຈົ້າມີແຜນການຕໍ່ຂອງໂມເຊ ເພງພິເສດສະຕຣີ
ເພງພິເສດ
ພຣະເຈົ້າມີແຜນການຕໍ່ຂອງໂມເຊ
1.ປະຖົມມະການ
ເນີນນານຍາວໄກ
ບອກກ່າວເລົ່າໄວ້
ຄວາມຈິງໄດ້ມີມາ
ໃຫ້ເຮົາລູກຫລານ
ໄດ້ຍິນໄດ້ຟັງວາຈາ
ໂລກນີ້ພຣະເຈົ້າສ້າງມາ
ໃຫ້ເຮົາໄດ້ຢູ່ອາໃສ
2.ຊາຍຊື່ອັບຣາມ
ຊື່ສຽງດັງໄກ
ເຊື່ອຟັງພຣະເຈົ້າຍິ່ງໃຫ່ຍ
ອວຍໄຊໃຫ້ມີລູກຫລານ
ອັບຣາມເພິ່ງພາ
ພຣະເຈົ້າໃນທຸກເຫດການ
ຊີວິດຈຶ່ງໃດ້ພົ້ນຜ່ານ
ຮັບການອຳນວຍອວຍພອນ
3.ທີ່ການາອານ
ກັນດານອາຫານຄັ້ງໃຫ່ຍ
ພຣະເຈົ້ານຳໄປ
ອາໃສດິນແດນຟາໂຣ
ປະເທດເອຢິບ
ທີ່ນັ້ນເປັນເມືອໃຫ່ຍໂຕ
ຄອບຄອງດ້ວຍກະສັດຟາໂຣ
ອາຫານອຸດົມສົມບູນ
R.ອາໃສເອຢິບ
ມາຫລາຍຮ້ອຍປີ
ລູກຫລານໄດ້ເພີ່ມທະວີ
ໃຫ້ມີຜູ້ຄົນມາກມາຍ
4.ຟາໂຣຄົນໃຫ່ມ
ຄິດມີແຜນການຊົ່ວຮ້າຍ
ມີແຜນຈະຂ້າຜູ້ຊາຍ
ເກີດໃຫ່ມໃຫ້ວາຍຊີວາ
ພຣະເຈົ້າມີແຜນການ
ປະທານສະຕິປັນຍາ
ໃຫ້ແກ່ບິດາມານດາ
ນຳພາໂມເຊໃຫ້ລອດປອດໄພ