ທາງໃນໃຈ
ໃຈມັນເບິ່ງມືດມົນ ຄົນຈຶ່ງເດີນຫຼົງທາງ
ແຕ່ຄົນຕ້ອງການພຽງແສງສະຫວ່າງ
ນຳທາງໃນຫົວໃຈ
ແຕ່ໃຜຈະເປັນຄວາມຫວັງ
ສ່ອງສະຫວ່າງນຳທາງເຂົາໄປ
ໃຫ້ໄດ້ພົບ ປາຍທາງທີ່ເປັນຄວາມຈິງ
ຈາກທີ່ເຮົາໄດ້ພຽງ ແນມເບິ່ງຄົນຫຼົງທາງ
ບໍ່ເຄີຍຈະເປັນດັ່ງແສງສະຫວ່າງ
ນຳທາງທີ່ມືດມົນ
ແຕ່ນັບຈາກນະທີ່ນີ້ ເຮົາຈະອອກໄປນຳຜູ້ຄົນ
ດ້ວຍຫົວໃຈ ທີ່ຮ່ວມກັນເປັນໜຶ່ງດຽວ
ອອກໄປເປັນແສງ ເປັນພະລັງ
ເພື່ອນຳທຸກຄົນກັບໃຈ
ໃຫ້ແຜ່ນດິນແຫ່ງນີ້ ພົ້ນຄວາມມືດມົນ
ອອກໄປເປັນແສງນຳຫົນທາງ
ໃຫ້ຄົນອີກນັບລ້ານ
ພຣະເຊຢູເທົ່ານັ້ນ ພຽງພຣະອົງຜູ້ດຽວ
ທີ່ເຂົາຕ້ອງການໃນໃຈ
ເຖິງເຮົາຕ້ອງພົບກັບຄວາມບໍ່ເຂົ້າໃຈ
ແຕ່ເຮົາຍັງຄົງຈະຢືນ
ປະກາດຄວາມຈິງຕໍ່ໄປບໍ່ຫວັ່ນໄຫວ