127 ຄວາມສຸກຖາວອນ

Hymn
127 ຄວາມສຸກຖາວອນ
BLESSED IS RIGHTEOUSNESS

ຄວາມສຸກຖາວອນ
ຄົງມາສູ່ຜູ້ທຳຊອບ
ປະກອບດ້ວຍໃຈ
ຜ່ອງໃສສັດທາ

ໃສ່ໃຈຂັບຕາມບັນຍັດ
ພຣະຢາໂຮວາ
ທ່ຽວໄປຕາມທາງ
ແຫ່ງຄວາມສັດຊື່

ມີຄວາມຈຳເລີນ
ເພີດເພີນຈິດຊື່ນໃຈບານ
ເໝືອນດັ່ງຕົ້ນໄມ້
ເກີດໃກ້ຮ່ອງນ້ຳ

ກ້ານກີ່ງໃບຂຽວບໍ່
ຫ່ຽວແຫ້ງເມື່ອແລ້ງຝົນ
ເກີດດອກອອກ
ຜົນຕະຫຼອດເວລາ

ຝ່າຍທາງຄົນຊົ່ວ
ທັງຫຼາຍບໍ່ເປັນດັ່ງນັ້ນ
ເໝືອນແກບປີວໄປ
ຕາມສາຍລົມພາ

ດັ່ງນັ້ນຄົນຊົ່ວຈະຕ້ອງ
ທຸກເວທະນາ
ເມື່ອວັນພຣະອົງ
ຊົງພິພາກສາ

ການຂອງຄົນຊົ່ວກໍ
ຈິບຫາຍເສັຍໄປແລ້ວ
ທຳໄວ້ແນວໃດ
ກໍໄດ້ແກ່ຕົນ

ແຕ່ຄວາມຊອບທຳ
ນຳ ຄົນໃຫ້ເກີດມີຜົນ
ຫວິດທຸກໄດ້ສຸກ
ໃນຟ້າສະຫວັນ