147 ຂ້າພຣະເຈົ້າເຕັມໃຈຕິດຕາມ
Hymn
147- ຂ້າພຣະເຈົ້າເຕັມໃຈຕິດຕາມ
1. ຂ້າພະເຈົ້າເຕັມໃຈ
ຕິດຕາມພຣະເຢຊູ
ບ່ອນໃດທີ່ພຣະອົງ
ຊົງນຳໃນໂລກໂສກເສົ້າ
ຄັນພຣະອົງບໍຢູ່
ຄວາມຍິນດີເສຍຫາຍໄປ
ຄັນພຣະອົງຊົງນໍາ
ຜູ້ຂ້າບໍ່ຢ້ານສິ່ງໃດ
R. ໄປທີ່ໃດຢູ່ໃນໃສ
ຂ້າຈະຢ້ານບໍ່ໄດ້
ຂ້າພະເຈົ້າບໍ່ຢ້ານ
ເພາະພຣະອົງຊົງນໍາໄປ
2. ຂ້າພະເຈົ້າຕາມພຣະອົງ
ບໍ່ຢ້ານອັນຕະລາຍ
ມີແຕ່ການທົດລອງຢູ່
ເບິ່ງທາງໃດກໍໄດ້
ພຣະອົງເອງຊົງຖືກທົດລອງ
ຈຶ່ງອາດຊ່ວຍໄດ້
ບ່ອນໃດທີ່ພຣະອົງ
ຊົງນໍາໜ້າຕອ້ງມີໄຊ
R. ໄປທີ່ໃດຢູ່ໃນໃສ
ຂ້າຈະຢ້ານບໍ່ໄດ້
ຂ້າພະເຈົ້າບໍ່ຢ້ານ
ເພາະພຣະອົງຊົງນໍາໄປ
3. ຄັນພຣະອົງສະຖິດຢູ່ໃຈ
ບໍ່ສົມຄວນເຫງົາ
ຄົນຮັກແພງພ່າຍໜີ
ພຣະອົງຊົງຢູ່ນໍາເຮົາ
ແມ່ນພຣະອົງຊົງນໍາໄປ
ຕາມທາງທຸກກໍຕາມ
ໄປນໍາພຣະອົງຄວນ
ຮ້ອງເພງດ້ວຍຄວາມຍິນດີ
R. ໄປທີ່ໃດຢູ່ໃນໃສ
ຂ້າຈະຢ້ານບໍ່ໄດ້
ຂ້າພະເຈົ້າບໍ່ຢ້ານ
ເພາະພຣະອົງຊົງນໍາໄປ
4. ຄັນຄວາມຕາຍແລ່ນມາ
ຜູ້ຂ້າບໍ່ຢ້ານບໍ່ກົວ
ຄາວສຸດທ້າຍຊີວິດ
ກໍອ່ອນແຮງແລະມືດມົວ
ເພາະຮູ້ວ່າເມື່ອນັ້ນ
ພຣະອົງຊົງໂຜດປະທານ
ໃຫ້ຜູ້ຂ້າຢູ່ນໍາພຣະອົງ
ໃນທີ່ສໍາລານ
R. ໄປທີ່ໃດຢູ່ໃນໃສ
ຂ້າຈະຢ້ານບໍ່ໄດ້
ຂ້າພະເຈົ້າບໍ່ຢ້ານ
ເພາະພຣະອົງຊົງນໍາໄປ