1.ໃຫ້ຟ້າກັບໂລກຍ້ອງຍໍພຣະເຈົ້າ(ເຕັມເພງ)

Hymn
1. ໃຫ້ຟ້າກັບໂລກຍ້ອງຍໍພຣະເຈົ້າ(ເຕັມເພງ)

1. ໃຫ້ຟ້າກັບໂລກຍ້ອງຍໍພຣະເຈົ້າ
ເພາະພອນທັງຫຼາຍອັນຊົງປະທານ
ສັນຣະເສີນພຣະບິດາຂອງເຮົາ
ຍ້ອງຍໍພຣະບຸດແລະພຣະວິນຍານ

2. ບັນດາມະນຸດທຸກບ່ອນທຸກທີ່
ເຂົ້າເຝົ້າພຣະອົງຍົກສຽງຍິນດີ
ຢໍາເກງນັບຖືພຣະເຈົ້າໂລກຟ້າ
ຍ້ອງຍໍພຣະເຈົ້າພຣະເຈົ້າຢາເວ

3. ເຮົານີ້ບໍ່ແມ່ນເກີດມາເອງໄດ້
ພຣະເຈົ້າຊັ້ນຟ້າຊົງສ້າງເຮົາໄວ້
ພຣະຢາເວຄືພຣະເຈົ້າອົງທ່ຽງ
ພວກເຮົາພຣະອົງຊົງໂຜດຊ່ອຍລ້ຽງ

4. ເຂົ້າທາງປະຕູເຊີນມານັບຖື
ເຂົ້າເຝົ້າພຣະອົງດ້ວຍໃຈສັດຊື່
ຍ້ອງຍໍພຣະເຈົ້າດ້ວຍສຽງເພງມ່ວນ
ເພາະສັນລະເສີນເປັນການສົມຄວນ

5. ພຣະເຈົ້າຢາເວພຣະເຈົ້າເຮົາດີ
ຄວາມເມດຕາຂອງພຣະອົງໝັ່ນມີ
ຄວາມຈິງພຣະອົງຊົງຕັ້ງດ້ວຍຣິດ
ຊົງໃຫ້ມີຢູ່ຕໍ່ໄປເປັນນິດ
ອາແມນ