3 ໂຮຊັນນາສັນລະເສີນ

Hymn
3 ໂຮຊັນນາສັນລະເສີນ

1. ໂຮຊັນນາ
ສັນລະເສີນພຣະເຢຊູເຈົ້າ
ຜູ້ດີທີ່ສຸດ
ຜູ້ໄດ້ສະເດັດລົງມາຫາເຮົາ
ແຕ່ພຣະຊວງພຣະບິດາ

ຈົ່ງຈຳເລີນພຣະອົງເຈົ້າ
ຜູ້ລົງແຕ່ສະຫວັນຊັ້ນຟ້າ
ໂຜດຊ່ວຍມະນຸດເຮົາ
ໂດຍຄວາມພົ້ນອັນອັດສະຈັນ
ຄວາມພົ້ນອັນອັດສະຈັນ

2. ໂຮຊັນນາສັນລະເສີນ
ພຣະເຢຊູເຈົ້າ
ຜູ້ຊົງພຣະຊົນ
ຈົ່ງຊົມຊື່ນໃຈຍິນດີ
ໃນນາມຂອງພຣະອົງ ຜູ້ປານີ

ຈົ່ງມີບົດຮ້ອງເພງໃໝ່
ແລະຈົ່ງຕື່ນຂຶ້ນໃນວັນນີ້
ພວກສິດພຣະເຈົ້າທຸກຄົນ
ຈົ່ງຊື່ນໃຈໃນພຣະອົງ
ຈົ່ງຊື່ນໃຈໃນພຣະອົງ

3. ໂຮຊັນນາສັນລະເສີນ
ມິດສະຫາຍຜູ້ຊົງຮັກເອັນດູ
ຜູ້ຊົງພຣະໄທສັງເວດ
ແກ່ຄົນບາບຊົ່ວອະທຳທີ່ສຸດ

ພຣະອົງຊົງຖ່ອມຕົວລົງ
ໄດ້ຊົງບັງເກີດເປັນມະນຸດ
ຊົງບັງໄວ້ຣັດສະໝີ
ແຫ່ງລັກສະນະພຣະເຈົ້າ
ແຫ່ງລັກສະນະພຣະເຈົ້າ

4. ໂຮຊັນນາສັນລະເສີນ
ພຣະເຢຊູຜູ້ຊອບທຳຕາງເຮົາ
ພຣະອົງຊົງມອບຕົນເອງ
ເປັນເຄື່ອງບູຊາໄຖ່ໂທດມະນຸດ

ພຣະມະຫາກະສັດນັ້ນ
ພຣະບຸດຂອງພຣະເຈົ້າສູງສຸດ
ຊົງຕາຍທີ່ໄມ້ກາງແຂນ
ຈຶ່ງໄຂປະຕູສະຫວັນ
ຈຶ່ງໄຂປະຕູສະຫວັນ