7 ໂອພຣະເຢຊູຜູ້ໄຊຊະນະ

Hymn
7 ໂອພຣະເຢຊູຜູ້ໄຊຊະນະ

1.ໂອພຣະເຢຊູ
ຜູ້ໄຊຊະນະຄວາມຕາຍ
ໃນວັນຕົ້ນແຫ່ງອາທິດ

ຊົງເປັນຄືນມາ
ແຕ່ເຊົ້າແຕ່ເດີກ
ຜູ້ຊົງເປັນຄວາມຈິງເປັນຊີວິດ

ຂໍເຊີນສະເດັດມາຢູ່ໃນໃຈ
ຂ້ານ້ອຍໃຫ້ຕັ້ງຢູ່ໃນ
ຄວາມເຊື່ອຈົນເຖິງສຳເລັດ

2.ເຊີນພຣະອົງຊົງ
ອວຍພອນໃຫ້ພວກຂ້ານ້ອຍ
ໃຫ້ມີໃຈອົດໃຈພຽນ

ຂັບຕາມຂໍ້ຄຳສັ່ງພຣະອົງເຈົ້າ
ຈົນເຖິງພຣະເຢຊູສະເດັດມາ

ນຳເອົາພວກທີ່ເຊື່ອໄປສະຫວັນ
ຢູ່ຫັ້ນນຳພຣະອົງ
ອີ່ມດ້ວຍຣັດສະໝີພຣະເຈົ້າ

3.ຄົນທຸກຄົນຈົ່ງ
ຂາບໄຫວ້ວອນພຣະເຢຊູ
ຜູ້ຊ່ວຍຄົນບາບທັງຫຼາຍ

ໃຫ້ໄດ້ພົ້ນຈາກ
ຄວາມຕາຍທີສອງ
ດ້ວຍພຣະນາມ
ຂອງພຣະເຢຊູເຈົ້າ

ຜູ້ຊົງໄຊຊະນະຄວາມຕາຍນັ້ນ
ໄດ້ຊ່ວຍເຮົາທັງຫຼາຍ
ທຸກວັນທຸກເວລາບໍ່ຂາດ

4.ເຊີນຄົນທຸກຄົນ
ຕັ້ງອົກຕັ້ງໃຈເຊື່ອຟັງ
ດ້ວຍໃຈອັນດຽວທຸກຄົນ

ຜູ້ເຊື່ອໃນພຣະອົງເຈົ້າເຢຊູ
ນ້ອມນະມັດສະການ
ຂາບໄຫວ້ວອນຂໍ

ເຊີນພຣະອົງສະເດັດມາໂດຍໄວ
ຊ່ວຍຄົນບາບທັງຫຼາຍ
ໃຫ້ພົ້ນຈາກບຶງໄຟທີ່ໄໝ້

5.ໂອພຣະມະຫາ
ໄຖ່ໂທດຄົນບາບທັງຫຼາຍ
ທີ່ໄດ້ຮ້ອງອອກພຣະນາມ

ຂອງພຣະອົງ
ເຈົ້າເຢຊູຜູ້ຊ່ວຍ
ຄົນບາບທຸກຄົນ
ຈົ່ງປົງໃຈເຊື່ອ

ໃນພຣະເຢຊູເຈົ້າ
ຂອງພວກເຮົາ
ຜູ້ຊົງ ຮັກເຮົານັ້ນ
ແມ່ນພຣະເຢຊູເຈົ້າຜູ້ຊ່ວຍ