9 ໂອ້ພຣະເຢຊູຂ້າຂໍຍ້ອງຍໍ

Hymn
9 ໂອ້ພຣະເຢຊູຂ້າຂໍຍ້ອງຍໍ

1.ໂອ້ພຣະເຢຊູ
ຂ້າຂໍຍ້ອງຍໍພຣະນາມ
ດຽວນີ້ເຖິງຍາມເລີກລາ
ຈາກພຣະວິຫານ

ກ່ອນລາໝູ່ຂ້າຢືນຂຶ້ນ
ຮ້ອງສັນລະເສີນ
ແລ້ວຄຸເຂົ່າລົງ
ຄອຍຖ້າຄວາມສຸກສຳລານ

2.ຕາມທາງໄປບ້ານ
ໂຜດໃຫ້ມີໃຈຊົມຊື່ນ
ໃຫ້ສຸກສຳລານ
ແຕ່ເຊົ້າຈົນຍາມຄໍ່າຄືນ

ປາກລີ້ນແລະໃຈ
ທີ່ສັນລະເສີນພຣະອົງ
ຂໍຢ່າໃຫ້ຫຼົງຜິດ
ໂຜດຊົງຮັກສາໄວ້

3.ໂຜດອຳນວຍ
ຄວາມສຸກໃຫ້ໃນຄືນຕໍ່ໄປ
ໃຫ້ປວງຂ້າເຫັນ
ຄວາມຈິງຮູ້ແຈ້ງໃນໃຈ

ເມື່ອຖືກໂພຍໄພ
ຂໍໂຜດຮັກສາໄວ້ໝັ້ນ
ຊົງເຫັນໃນແຈ້ງ
ແລະເຫັນໃນມືດເໝືອນກັນ

4.ຂໍໃຫ້ຄວາມສຸກ
ຕະຫຼອດຊີວິດໃນໂລກ
ໂຜດຊົງຊ່ວຍຂ້າ
ໃນຍາມຖືກຄວາມເສົ້າໂສກ

ເວລາຊົງເອີ້ນຂ້າ
ຫຼັບຕາລາໂລກໄປ
ໂຜດຊົງນຳພາເຖິງ
ພຣະທີ່ນັ່ງວິໄລ
ອາແມນ