ph-ພຣະເຢຊູຊົງເປັນຄວາມຫວັງຂອງຂ້າ

ເພງສັ້ນ
ພຣະເຢຊູຊົງເປັນຄວາມຫວັງຂອງຂ້າ

ເມື່ອຂ້າລັງເລສັບສົນ
ມີພຣະເຈົ້າເປັນຜູ້ນຳທາງຂ້າ
ເມື່ອຂ້າໂດດດ່ຽວລະທົມ
ມີພຣະເຈົ້າເປັນຄວາມຫວັງຂອງຂ້າ

ພຣະເຢຊູປະທານ
ຊີວິດທີ່ສົມບູນ
ໂດຍເພິ່ງພຣະຄຸນ ຂ້າຈິ່ງ
ຮ້ອງເພງສັນເສີນພຣະອົງ

R.ໂອ ເຢຊູ ເປັນກຳລັງ
ທັງສິ້ນຂອງຂ້າ
ໂອ ເຢຊູ ເປັນບໍ່ນ້ຳທີ່ອຸດົມ

ເມື່ອຂ້າໄດ້ຢູ່ຕໍ່ໜ້າ
ພຣະພັກອີກຄັ້ງ
ຂ້າຈິ່ງໄດ້ຮູ້ ພຣະອົງຊົງ
ເປັນຄວາມຫວັງຂອງຂ້າ.