kh-ຂ້າຂໍນະມັດສະການ
ເພງສັ້ນ
ຂ້າຂໍນະມັດສະການ
>> ໃນເວລາທີ່ຂ້າໝົດແຮງ
ໃນເວລາທີ່ຂ້າທໍ້ໃຈ
ໃນວັນທີ່ຂ້າເບິ່ງບໍ່ເຫັນໃຜ
ເມື່ອຂ້າຕ້ອງເສຍຄວາມຝັນໄປ (X2)
ຂ້າວາງໃຈພຣະອົງ
ຂ້າລໍຄອຍພຣະອົງ
ພຣະອົງມີແຜນການສຳລັບຂ້າ
ເຖິງໃນຄວາມວຸ້ນວາຍ
ພຣະອົງນຳຂ້າໄປ
ພຣະອົງຊົງສະຖິດຢູ່ໃນໃຈ
ຂ້າຂໍນະມັດສະການ
ຂ້າເຊື່ອດ້ວຍໃຈສັດທາ
ຖວາຍເຄື່ອງບູຊາ
ທີ່ໜ້າບັນລັງພຣະອົງ
ຂ້າຂໍນະມັດສະການ
ແດ່ພຣະເຈົ້າຜູ້ຊົງເມດຕາ
ສິ່ງນີ້ທີ່ຂ້າຕ້ອງການ
ຄືໄດ້ຢູ່ໃນພຣະນິເວດພຣະບິດາ