j-ໃຈ​ຜູກ​ພັນ

ເພງສັ້ນ
ໃຈ​ຜູກ​ພັນ

ໃຈ​ຜູກ​ພັນ​ກັນ​ໄວ້​ຫມັ້ນຄົງ
ກາຍ​ຮ່ວມ​ກັນ​
ໃນ​ຮັກ​ພຣະຄຣິດ

​ແບ່ງປັນ​ຊີວິດ
ແລະ​ຫນູນ​ໃ​ຈກັນ ​
ເດີນ​ຮ່ວມ​ກັນ​
ໃນ​ພຣະຄຸນ

R.ຈຸດ​ທຽນ​ເຫລັ້ມ​ດຽວ
​ມັນ​ອ່ອນ​ກຳລັງ
ແຕ່​ເມື່ອ​ລວມກັນ
ເປັ່ງ​ແສງ​ປະກາຍ

ດັ່ງ​ໄມ້​ທ່ອນ​ດຽວ
​ທີ່​ບອບ​ບາງ ​
ແຕ່​ເມື່ອ​ລວມກັນ​ກາຍ
ເປັນຄວາມ​ແຂງ​ແຮງ

* ກໍ່​ເຮົາ​ເປັນ​ພີ່ນ້ອງ​ກັນ​
ໃນ​ພຣະກາຍ​
ຂອງ​ພຣະ​ເຢຊູ

ຈັບ​ມື​ເດີນ​ໄປ​ດ້ວຍ​ກັນ
ຈົນ​ເຖິງ​ວັນ
ພຣະ​ຄຣິດກັບ​ມາ

* ໄປ​ເຖີດ​ພວກ​ເຮົາ​ໄປ​
ເຮົາ​ໄປ
ຈົ່ງ​ມຸ້ງ​ໄປ ມຸ້ງ​ໄປ

​ໄປ​ສູ່​ຫລັກ​ໄຊ​
ທີ່​ພຣະອົງ​ໃຫ້​ເຮົາ​ໄວ້

​ໄປ​ເຖີດພວກ​ເຮົານັ້ນ ​
ເຮົາ​ນັ້ນ
ພີ່ນ້ອງ​ກັນ ພີ່ນ້ອງ​ກັນ

ຈະ​ເດີນ​ຄຽງ​ກັນ
ຈະ​ຮັບ​ໃຊ້​ດ້ວຍ​ກັນ
ອະທິຖານ​ເພື່ອ​ກັນ
ຮ້ອງ​ໃຫ້​ຍິນ​ດີ​ດ້ວຍ​ກັນ.