ph-ພຣະເຈົ້າພຣະຜູ້ສ້າງ
ເພງສັ້ນ
ພຣະເຈົ້າພຣະຜູ້ສ້າງ
ພຣະເຈົ້າພຣະຜູ້ສ້າງ
ຟ້າສະຫວັນແລະໂລກາ
ຄຳເວົ້າພຣະອົງນີ້ໜາ
ທຸກຢ່າງເກີດມາເປັນຈິງ(ໆ)
ພຣະເຈົ້າສ້າງແສງສະຫວ່າງ
ອີກທັງນ້ຳແລະແຜ່ນດິນ
ທີ່ເຮົາໄດ້ມີກິນ
ລວມທັງສຶ້ນສັດນາໆ(ໆ)
ພຣະອົງສ້າງສຸລິຍາ
ລວມຈັດທາແລະດວງດາວ
ຊົງສ້າງເໝືອນກັບພຣະເຈົ້າ
ນັ້ນແຫລະເຂົາຄືອາດາມ(ໆ)
ໃຫ້ຢູ່ໃນສວນເອເດນ
ສຸກຮົ່ມເຢັນເປັນປະຊາ
ພຣະອົງຊົງສ້າງເອວາ
ເປັນຄູ່ມາກັບອາດາມ(ໆ)
ທຸກຢ່າງໃຫ້ຄອບຄອງ
ແຕ່ຢ່າກິນຫມາກໄມ້ຊົ່ວດີ
ເພາະເຈົ້າຈະສິ້ນຊີວີ
ໃຫ້ທຳດີພຣະເຈົ້າອວຍພອນ(ໆ)
ລູກຫລານຈົ່ງເຕີບໃຫ່ຍ
ເປັນສຸກໃຈທົ່ວທັງໂລກາ
ສຸດທ້າຍພັກຜ່ອນກາຍາ
ນີ້ລະໜາຄືຄວາມຈິງ(ໆ)